ຄຳເຫັນຂອງລັດຖະມົນຕີວ່າການ  
     
 

ໂດຍ​ປະ​ຕິ​ບັດຕາມ ຂໍ້ຕົກລົງ ຂອງ ນາຍົກລັດຖະມົນຕີ  ສະບັບເລກທີ 37/ນຍ ລົງວັນທີ 30 ກັນຍາ 1999 ວ່າດ້ວຍ ການຄຸ້ມຄອງ ແລະ ການພັດທະນາຂະແໜງນ້ຳປະປາ,  ກະຊວງ ຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ໄດ້ເອົາ​ໃຈ​ໃສ່ ອຳ​ນວຍ​ຄວາມ​ສະ​ດວກ, ປະ​ສານ​ງານ ແລະ ຊີ້​ນຳ​ ທຸກ ໆ​ ກິດ​ຈະ​ການ​ພັດ​ທະ​ນາ ລະ​ບົບ​ນ້ຳ​ປະ​ປາ ແລະ ການກຳຈັດນ້ຳ​ເປື້ອນ ໃນບັນ​ດາຕົວ​ເມືອງໃຫຍ່ ແລະ ຕົວ​ເມືອງ​ນ້ອຍ ຢູ່​ໃນ​ຂອບ​ເຂດ ​ທົ່ວ​ປະ​ເທດ; ພ້ອມທັງ ​ໄດສົ່ງເສີມ, ປຸກລະດົມ ຂົນ​ຂວາຍ ແລະ ນຳ​ໃຊ້​ໝົດ             ທຸກຊັບ​ພະ​ຍາ​ກອນ ມາພັດທະນານ້ຳປະປາ ເພື່ອ​ໃຫ້​ສາ​ມາດບັນ​ລຸໄດ້ຕາມ ຈຸດ​ປະ​ສົງ ແລະ​ ເປົ້າໝາຍ ​ທີ່​ວາງໄວ້.

ໃນ​ຊຸມ​ປີ​ທີ່​ຜ່ານ​ມາ ການ​ພັດ​ທະ​ນາ​ນ້ຳ​ປະ​ປາ​ ໄດ້​ປະ​ສົບ​ຜົນ​ສຳ​ເລັດ ເປັນ​ຢ່າງ​ດີ, ​​ທຸ​ລະ​ກິດ​ ນ້ຳ​ປະ​ປາ​ ໄດ້ມີ​ການເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ ​ຢ່າງ​ໄວ​ວາ​ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ອົງ​ການ​ນ້ຳ​ປະ​ປາ​ ​ໄດ້​ຖືກ​ສ້າງ​ຕັ້ງຂື້ນ ແລະ ພວມ​ໄດ້​ຮັບ​ການປັບ​ປຸງ ໃຫ້ເຕີບ​ໃຫຍ່ເຂັ້ມແຂງ ຂື້ນ​ເທື່ອ​ລະ​ກ້າວ ເພື່ອ​ ດຳ​ເນີນ          ​ພາ​ລະ​ບົດ​ບາດ​ດັດ​ສົມການ​ດຳເນີນທຸ​ລະ​ກິດ​ນ້ຳ​ປະ​ປາ ດັ່ງ​ກ່າວ ໃຫ້ສາ​ມາດ ສະໜອງການ​ບໍ​ລິ​ການໄດ້ ຕາມຄວາມຕ້ອງການ ແລະ ຄວາມມຸ້ງຫວັງ ຂອງ ທົ່ວສັງຄົມ ແລະ ມີ​ຄວາມຍືນ​ຍົງ.

ປັດຈຸບັນນີ້, ກະ​ຊວງ ຄຂປກ ກຳລັງຮຽບຮຽງຄືນໃໝ່ ຮ່າງດຳລັດ ວ່າດ້ວຍ ການດັດສົມ ການດຳເນີນທຸລະກິດນ້ຳປະປາ. ໃນຮ່າງ​ດຳ​ລັດ​ດັ່ງ​ກ່າວ ຄະນະຊີ້ນຳ ຂະແໜງນ້ຳປະປາ ຈະຖືກປ່ຽນ ຊື່ມາເປັນ ຄະນະຊີ້ນຳການດັດສົມການດຳເນີນທຸລະກິດນ້ຳປະປາ ຊຶ່ງຈະມີໜ້າທີ່ຊີ້ນຳ ອົງການນ້ຳປະປາ ໃຫ້ປະຕິບັດໜ້າທີ່ ຂອງຕົນ ໂດຍສອດຄ່ອງກັບ ແນວທາງນະໂຍບາຍ, ກົດໝາຍ, ຂໍ້ກຳນົດ ກົດລະບຽບ ແລະ ລະບຽບການ ຂອງ ລັດຖະບານ ແລະ ​ມີ​ຫນ້າ​ທີ່ ໄກ່ເກ່ຍຂໍ້ຂັດແຍ່ງ ທີ່ເກີດຂື້ນ ລະຫວ່າງ ບັນດາ ຜູ້ດຳເນີນທຸລະກິດນ້ຳປະປາ ແລະ ອົງການນ້ຳປະປາ.  ຄະນະຊີ້ນຳ ການດັດສົມການດຳເນີນທຸລະກິດ ນ້ຳປະປາ ຈະປະກອບດ້ວຍສະມາຊິກ ຈາກ ຫຼາຍພາກສ່ວນທີ່ແຕກຕ່າງກັນລວມທັງ ຕົວແທນຜູ້ບໍລິໂພກ, ຕົວແທນຜູ້ດຳເນີນທຸລະກິດນ້ຳປະປາ ແລະ ຜູ້ຕາງໜ້າ ຂອງ ອົງການຈັດຕັ້ງຕ່າງ ໆ ທີ່ກ່ຽວຂ້ອງ ຈາກ ພາກສ່ວນລັດ.

ຜົນສຳເລັດອັນໃຫຍ່ຫຼວງ ໃນ​ເບື້ອງ​ຕົ້ນຂອງພວກເຮົາແມ່ນ ທ່ານ ນາຍົກລັດຖະມົນຕີ ໄດ້ຮັບຮອງເອົາ ນະໂຍບາຍລາຄານ້ຳປະປາ ຂອງ ສປປ ລາວ ພາຍໃຕ້ດຳລັດ ສະບັບເລກທີ 57/ນຍ ລົງວັນທີ 07 ພຶດສະພາ 2004; ນະໂຍບາຍລາຄານ້ຳປະປານີ້ ຈະເປັນເຄື່ອງມືອັນສຳຄັນ ໃຫ້ແກ່ ອົງການນ້ຳປະປາ ໃນການດັດສົມ ການດຳເນີນ ທຸລະກິດນ້ຳປະປາ. ໃນ​ຕໍ່​ຫນ້ານີ້ ອົງການນ້ຳປະປາ ຈະໄດ້ຄົ້ນຄວ້າ ສ້າງຄູ່ມືລະ​ອຽດ ສຳລັບ ການກຳນົດລາຄານ້ຳປະປາ ເພື່ອ ຊຸກຍູ້ສົ່ງເສີມ ໃຫ້ບັນດາ ຜູ້ດຳເນີນທຸລະກິດນ້ຳປະປາ ແລະ ອຳນາດການປົກຄອງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ຈັດຕັ້ງ ປະຕິບັດ ນະໂຍບາຍ ດັ່ງກ່າວ ໃຫ້ປະກົດເປັນຈິງ.

ກະຊວງ ຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ພວກ​ຂ້າ​ພະ​ເຈົ້າ ຈະສືບ​ຕໍ່​ໃຫ້​                 ການສະໜັບສະໜູນ ແລະ ເອື້ອອຳນວຍ ຄວາມສະດວກ ໃຫ້ແກ່ ອຳນາດການປົກຄອງທ້ອງຖິ່ນ ໃນ ການຄຸ້ມຄອງ ແລະ ພັດທະນາ ນ້ຳປະປາ ໃຫ້ມີປະສິດທິຜົນ ແລະ ມີ ຄວາມຍືນຍົງຕະ​ຫລອດ​ໄປ.

ລັດຖະມົນຕີວ່າການ

 

 
 
 
 
 
ອອກແບບ ແລະ ສ້າງໂດຍ