| 
ໂດຍປະຕິບັດຕາມ ແຈ້ງການ ຂອງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບ ເລກທີ 1089/ຫສນຍ
ລົງວັນທີ 4 ກໍລະກົດ1997 ກ່ຽວກັບ ການເຫັນດີຂອງຂັ້ນເທິງ ໃຫ້ມອບໂອນ ສາຂາ
ຂອງບໍລິສັດນ້ຳປະປາລາວ ທີ່ຕັ້ງຢູ່ໃນແຕ່ລະແຂວງ ໄປຂື້ນກັບ ການຄຸ້ມຄອງ
ຂອງ ອົງການປົກຄອງທ້ອງຖິ່ນ ໂດຍກົງ, ສາຂາ ຂອງ ບໍລິສັດນ້ຳປະປາລາວ
ຢູ່ໃນແຕ່ລະແຂວງ ແລະ ເຂດພິເສດ ໄດ້ຖືກຍົກລະດັບ
ໃຫ້ກາຍເປັນ ລັດວິສາຫະກິດນ້ຳປະປາແຂວງທີ່ກ່ຽວຂ້ອງ
ແລະ ລັດວິສາຫະກິດນ້ຳປະປາເຂດພິເສດ
ແລະ ພ້ອມດຽວກັນ ບໍລິສັດນ້ຳປະປາລາວເອງ ກໍກາຍມາເປັນ ລັດວິສາຫະກິດນ້ຳປະປານະຄອນຫຼວງ.
ອົງການນ້ຳປະປາ ໄດ້ຖືກສ້າງຕັ້ງຂື້ນ ແລະ ໄດ້ຮັບການມອບໝາຍ
ໃຫ້ເປັນອົງການດັດສົມ ການດຳເນີນທຸລະກິດນ້ຳປະປາ. ອົງການນ້ຳປະປາ ມີໜ້າທີ່ ສະໜັບສະໜູນ,
ຊ່ວຍເຫຼືອ ແລະ ດັດສົມ ເພື່ອໃຫ້ບັນດາ ລັດວິສາຫະກິດນ້ຳປະປາ ທັງໝົດ ໃນຂອບເຂດທົ່ວປະເທດ
ປັບປຸງ ການປະຕິບັດງານ ຂອງ ຕົນ ໃຫ້ດີຂື້ນເທື່ອລະກ້າວ, ຮັບປະກັນ
ການບໍລິການ ທີ່ມີຄຸນຄ່າສູງສຸດ ແລະ ມີຄວາມຍືນຍົງ
ແກ່ ລູກຄ້າຂອງຕົນ.
ວິໄສທັດ ຂອງ ພວກເຮົາ ແມ່ນ ໂຄງລ່າງສະໜອງນ້ຳປະປາອັນດັບໜຶ່ງ ທີ່ໃຫ້ການບໍລິການ
ດີເລີດ ເຊິ່ງສາມາດ ສະແດງໃຫ້ຜູ້ບໍລິໂພກ ເຫັນໄດ້ ຄຸນຄ່າສູງສຸດ ທັງໃນປັດຈຸບັນ ແລະ
ອະນາຄົດ. ພາລະກິດ ຂອງ ພວກເຮົາ ແມ່ນ ທຳການດັດສົມແນວໃດ ໃຫ້ສາມາດ ສະໜອງນ້ຳທີ່ດຶ່ມໄດ້,
ມີ ຄວາມຍືນຍົງ ແລະ ໃຫ້ສາມາດຊື້ໄດ້ ສຳລັບ ໝົດທຸກຄົນ ເມື່ອເຖິງປີ 2015.
ຫົວໜ້າອົງການນ້ຳປະປາ
ທ່ານ
ໜູເຜືອກ ວີຣະບຸດ |