ອົງການນ້ຳປະປາ  
     
 

ທີ່ຕັ້ງ ແລະ ພາລະບົດບາດ ຂອງ ອົງການນ້ຳປະປາ

ອົງການນ້ຳປະປາ ແມ່ນ ອົງການຈັດຕັ້ງໜຶ່ງຂອງລັດ ຊຶ່ງໄດ້ຮັບ​ການສ້າງຕັ້ງຂື້ນ ໃນປີ1999ແລະ ໃນປັດຈຸບັນນີ້ ມີທີ່ຕັ້ງຂື້ນກັບ ກົມເຄຫາ-ຜັງເມືອງ, ກະຊວງ ຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ. ອົງການນ້ຳປະປາ ແມ່ນ ອົງ ການດັດສົມການ​ດຳ​ເນີນ​ທຸ​ລະ​ກິດນ້ຳ​ປະ​ປາ ຢູ່ໃນ ສປປ ລາວ, ມີ ໜ້າທີ່ຮັບຜິດຊອບ ສ້າງໃຫ້ມີຄວາມໝັ້ນໃຈ ໄດ້ວ່າ ບັນດາ ຜູ້ດຳເນີນທຸລະກິດນ້ຳປະປາ ທີ່ຢູ່ພາຍໃຕ້ ການດັດສົມ ຂອງ ຕົນ ຈະໃຫ້ການບໍລິການທີ່ມີປະສິດທິພາບ ແກ່ຜູ້ບໍລິໂພກ ດ້ວຍຄຸນນະພາບທີ່ດີ  ແລະ ໃນລາຄາທີ່ຍຸຕິທຳ.

ໃນຕໍ່ຫນ້າ ຖ້າຮ່າງດຳລັດ ວ່າດ້ວຍ ການດັດສົມການດຳເນີນທຸລະກິດນ້ຳປະປາ ໄດ້ຖືກຮັບຮອງເອົາເປັນທາງການແລ້ວ ພາລະບົດບາດ ໃນ ການດັດສົມ ການດຳເນີນທຸລະກິດນ້ຳປະປາ ຂອງ ອົງການນ້ຳປະປາ ຈະກວມເອົາ ບັນດາຫນ້າວຽກຕ່າງໆ ດັ່ງລຸ່ມນີ້:

  • ວາງຂອບເຂດຈຳນວນເງິນທີ່ ຜູ້ດຳເນີນທຸລະກິດນ້ຳປະປາ ສາມາດ ເກັບເອົານຳ ຜູ້ບໍລິໂພກ,
  • ສ້າງຄວາມໝັ້ນໃຈໃຫ້ໄດ້ວ່າຜູ້ດຳເນີນທຸລະກິດນ້ຳປະປາຈະປະຕິບັດໜ້າທີ່ຄວາມຮັບຜິດຊອບ ຂອງ ເຂົາເຈົ້າ ຕາມທີ່ໄດ້ລະບຸໄວ້ໃນ ກົດໝາຍ ແລະ ຂໍ້ກຳນົດ ກົດລະບຽບ ຕ່າງໆ,
  • ປົກປ້ອງ ມາດຕະຖານ ຂອງ ການບໍລິການ,
  • ຊຸກຍູ້ ໃຫ້ການດຳເນີນທຸລະກິດນ້ຳປະປາ ມີປະສິດທິພາບສູງຂື້ນ,
  • ຊຸກຍູ້ ໃຫ້ມີການແຂ່ງຂັນ ຢູ່ບ່ອນໃດທີ່ເຫັນວ່າມີຄວາມເໝາະສົມ,
  • ສ້າງໃຫ້ມີຄວາມໝັ້ນໃຈໄດ້ວ່າ ຜູ້ດຳເນີນທຸລະກິດນ້ຳປະປາ ໄດ້ປະຕິບັດງານໃນລັກສະນະ ທີ່ມີ ຄວາມຍືນຍົງທາງດ້ານສິ່ງແວດລ້ອມ. 

ນອກຈາກນີ້, ອົງການນ້ຳປະປາ ຍັງທຳການສົມທຽບ ເບິ່ງການເຄື່ອນໄຫວ ຂອງ ຜູ້ ດຳເນີນ ທຸລະກິດນ້ຳປະປາ ທັງໝົດ ເພື່ອ ຊ່ວຍໃຫ້ຜູ້ທີ່ປະຕິບັດງານຍັງບໍ່ທັນໄດ້ດີ ໃຫ້ບຸກບືນຂື້ນຕື່ມ ໃຫ້ເຖິງ ມາດຕະຖານ ຂອງ ຜູ້ທີ່ປະຕິບັດງານ ໄດ້ດີກວ່າໝູ່.

ໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງ ອົງການນ້ຳປະປາ

ການວາງລາຄານ້ຳປະປາ 

ໃນໄລຍະຜ່ານມາ, ການວາງລາຄານ້ຳປະປາຍັງບໍ່ທັນໄດ້ອີງໃສ່ການເກັບກູ້ທຶນຄືນ ເນື່ອງຈາກ ວ່າ ກຳລັງຊື້ຍັງຕ່ຳ ເພາະເສດຖະກິດ ຍັງບໍ່ທັນຂະຫຍາຍຕົວ. ຍ້ອນແນວນັ້ນ, ພວກເຮົາຈະເຫັນໄດ້ວ່າ ລາຄານ້ຳປະປາ ຕ່ຳ, ການບໍລິການ ກໍຢູ່ໃນລະດັບຕ່ຳ ແລະ ບໍ່ສາມາດທີ່ຈະດຶງດູດ ເອົາການລົງທຶນ ທັງພາຍໃນ ແລະ ຈາກຕ່າງປະເທດໄດ້. ເຖິງຢ່າງໃດກໍ່ດີ, ລັດຖະມົນຕີວ່າການ ກະຊວງ ຄົມມະນາຄົມ ຂົນສົ່ງ ໄປສະນີ ແລະ ກໍ່ສ້າງ ໄດ້ອອກຂໍ້ຕົກລົງ ກ່ຽວກັບ ນະໂຍບາຍລາຄານ້ຳປະປາ ແຫ່ງ ສປປ ລາວ ຊຶ່ງໄດ້ຖືກຮັບຮອງເອົາ ໂດຍນາຍົກລັດຖະມົນຕີ ພາຍໃຕ້ ດຳລັດ ສະບັບ ເລກທີ 57/ນຍ ລົງວັນທີ 07 ພຶດສະພາ 2004. ອີງຕາມນະໂບາຍລາຄານ້ຳປະປານີ້,  ອົງການນ້ຳປະປາ ຈະສ້າງ ບົດແນະນຳ ກ່ຽວກັບ ການກຳນົດລາຄານ້ຳປະປາ. ອົງການນ້ຳປະປາ ຈະຊ່ວຍ ລັດວິສາຫະກິດນ້ຳປະປາ ກຳນົດ ແລະ ປັບປຸງ ລາຄານ້ຳປະປາ ຢ່າງສະໝ່ຳສະເໝີ ແຕ່ວ່າ ລັດວິສາຫະກິດນ້ຳປະປາ ຕ້ອງນຳສະເໜີ ຕໍ່ ອຳນາດ ການ ປົກຄອງທ້ອງຖິ່ນ ຂອງຕົນ ເພື່ອພິຈາລະນາ ຮັບຮອງ ເອົາ ກ່ອນນຳໃຊ້.

ໃນໄລຍະຍາວ, ພວກເຮົາ ຈະມີລະບອບລາຄານ້ຳປະປາທີ່ສາມາດຮັບປະກັນ ໃຫ້ຜູ້ບໍລິການ ນ້ຳປະປາ ມີທຶນຮອນພຽງພໍເທົ່າທີ່ຈຳເປັນ ເພື່ອໃຫ້ການບໍລິການໄດ້ດີທີ່ສຸດ ແລະ ພ້ອມດຽວກັນ ກໍ່ໃຫ້ ສາມາດ ຕອບສະໜອງໄດ້ ຄວາມຕ້ອງການຂອງຜູ້ບໍລິໂພກ, ໂດຍສະເພາະ ຜູ້ທີ່ທຸກຍາກ. 

ການຍິນຍອມຕາມລະບຽບການ 

ສິດ ແລະ ພັນທະ ຂອງ ຜູ້ດຳເນີນທຸລະກິດນ້ຳປະປາ ແມ່ນໄດ້ລະບຸໄວ້ຢູໃນຫຼາຍ ໆ ເອກະສານ ທາງດ້ານນິຕິກຳ ລວມທັງ ຮ່າງດຳລັດ ວ່າດ້ວຍ ການດັດສົມການດຳເນີນທຸລະກິດນ້ຳປະປາ. ອົງການ ນ້ຳປະປາ ມີໜ້າທີ່ ຊຸກຍູ້ ບັນດາຜູ້ດຳເນີນທຸລະກິດນ້ຳປະປາ ໃຫ້ຍິນຍອມຕາມ ເຄື່ອງມືທາງດ້ານ ນິຕິກຳ ດັ່ງກ່າວ. ໃນກໍລະນີທີ່ມີຂໍ້ຂັດແຍ່ງເກີດຂື້ນ ລະຫວ່າງ ຜູ້ດຳເນີນທຸລະກິດນ້ຳປະປາ ແລະ ຜູ້ບໍລິໂພກ ລາຍໃດ ລາຍໜຶ່ງ ຊຶ່ງບໍ່ສາມາດຈະແກ້ໄຂໄດ້ ໃນລະດັບທ້ອງຖິ່ນ, ອົງການນ້ຳປະປາ ມີສິດທຳໜ້າທີ່ ເປັນຜູ້ໄກ່ເກ່ຍ ຂໍ້ຂັດແຍ່ງດັ່ງກ່າວ. 

ການຍິນຍອມ ຕາມລະບຽບການ ແມ່ນ ໜຶ່ງໃນບັນດາ ມາດຕະຖານສົມທຽບຫຼັກ ຂອງການ ແຂ່ງຂັນ ດ້ວຍການສົມທຽບ ລະຫວ່າງ ການປະຕິບັດງານ ຂອງ ຜູ້ດຳເນີນທຸລະກິດນ້ຳປະປາດ້ວຍກັນ. ໃນຕໍ່ ໜ້າ, ການຕິດຕາມກວດກາເບິ່ງ ການປະຕິບັດງານ ຂອງ ຜູ້ດຳເນີນທຸລະກິດນ້ຳປະປາ ຈະລວມເຖິງການວິເຄາະ ມາດຕະການ ທີ່ມີຜົນບັງຄັບໃຊ້ ຢ່າງລະອຽດ. 

ການປົກປ້ອງລູກຄ້າ

ອົງການນ້ຳປະປາ ຈະກວດເບິ່ງວ່າ ຜູ້ດຳເນີນທຸລະກິດນ້ຳປະປາ ໄດ້ປະຕິບັດຫຼ້ອນໜ້າທີ່ ຄວາມຮັບຜິດຊອບ ຂອງຕົນທີ່ມີຕໍ່ຜູ້ບໍລິໂພກ ຫຼືບໍ່, ເຊັ່ນ ບັນຫາ ຄຸນນະພາບນ້ຳ ແລະ ຄວາມໄວ້ວາງໃຈ ຂອງ ການບໍລິການ. ພວກເຮົາ ມີຄວາມຕັ້ງໃຈ ເອົາໄວ້ວ່າ ຈະພິມເຜີຍແຜ່ຂໍ້ມູນ ຂ່າວສານ ກ່ຽວກັບ ການປະຕິບັດງານ  ຂອງ ຜູ້ດຳເນີນທຸລະກິດນ້ຳປະປາ.

ເສດຖະກິດ ແລະ ປະສິດທິພາບ 

ອົງການນ້ຳປະປາ ຈະກວດເບິ່ງ ວິທີການປະຕິບັດງານ ຂອງ ຜູ້ດຳເນີນທຸລະກິດນ້ຳປະປາ ເພື່ອ ຮັບປະກັນໃຫ້ຜູ້ບໍລິໂພກ ໄດ້ຮັບສິ່ງທີ່ມີຄຸນຄ່າ ສົມກັບ ເງິນທີ່ໄດ້ຈ່າຍໄປ. ພວກເຮົາ ຫວັງວ່າ ຜູ້ດຳເນີນ ທຸລະກິດ ນ້ຳປະປາ ຈະປັບປຸງ ການບໍລິການ ຂອງຕົນ ໃຫ້ມີປະສິດທິພາບ ສູງຂື້ນ ກວ່າເກົ່າ, ບໍ່ແມ່ນວ່າ ຈະຂື້ນ ລາຄານ້ຳປະປາ ແຕ່ຢ່າງດຽວເທົ່ານັ້ນ.

ພວກເຮົາຕິດຕາມກວດກາ ເບິ່ງຕົວບົ່ງຊີ້ ກ່ຽວກັບການປະຕິບັດງານສະເພາະ ເປັນຕົ້ນ: ນ້ຳສູນ ເສຍ, ການນຳໃຊ້ແຮງງານ ແລະ ການຄຸ້ມຄອງການເງິນ. ຕົວບົ່ງຊີ້ເຫຼົ່ານີ້ ຈະເປັນ ອົງປະກອບຫຼັກ ຂອງ ຜົນ ການແຂ່ງຂັນແບບສົມທຽບ ທີ່ພິມເຜີຍແຜ່ອອກໃນແຕ່ລະປີ. ຜູ້ບໍລິໂພກ ຈະເຫັນດ້ວຍສາຍຕາ ຂອງ ເຂົາເຈົ້າ ເອງວ່າ ຜູ້ທີ່ບໍລິການນ້ຳປະປາ ຢູ່ພື້ນທີ່ຂອງຕົນ ປະຕິບັດງານໄດ້ດີຫຼາຍປານໃດ ເມື່ອສົມທຽບໃສ່ ຜູ້ບໍລິການ ນ້ຳປະປາ ຢູ່ແຫ່ງອື່ນ ໆ ຢູ່ໃນ ສປປ ລາວ. 

ການຊຸກຍູ້ສົ່ງເສີມການແຂ່ງຂັນ 

ເຖິງແມ່ນວ່າ ຢູ່ໃນຂະແໜງນ້ຳປະປາ ຍັງບໍ່ທັນມີການແຂ່ງຂັນ ໂດຍກົງ ກໍ່ຕາມ ພວກເຮົາ ກ່ໍສົ່ງເສີມ ແນວຄວາມຄິດ ໃຫ້ມີການແຂ່ງຂັນ ແບບສົມທຽບ ດັ່ງທີ່ໄດ້ອະທິບາຍ ມາຂ້າງເທິງນີ້. ໃນໄລຍະຍາວ, ພວກເຮົາຄາດຫວັງໄວ້ວ່າ ຈະມີການແຂ່ງຂັນຫຼາຍຂື້ນກວ່າເກົ່າ ເຊັ່ນວ່າ ຜູ້ທີ່ມີຈຸດປະສົງ ຢາກໄດ້ສິດ ໃນການດຳເນີນ ທຸລະກິດນ້ຳປະປາ ອາດຈະຕ້ອງໄດ້ ປະມູນເອົາສິດ ດັ່ງກ່າວ ບົນພື້ນຖານການແຂ່ງຂັນ. 

ການເອົາໃຈໃສ່ປົກປົກຮັກສາສິ່ງແວດລ້ອມ 

ອົງການນ້ຳປະປາ ມີໜ້າທີ່ ຊຸກຍູ້ໃຫ້ຜູ້ດຳເນີນ ທຸລະກິດ ນ້ຳປະປາ ເອົາໃຈໃສ່ ປົກປັກຮັກສາ ສິ່ງແວດລ້ອມ. ຜູ້ດຳເນີນທຸລະກິດນ້ຳປະປາ ຕ້ອງ ຮັບປະກັນ ໃຫ້ໄດ້ວ່າ ຄວາມຕ້ອງການ ປັບປຸງ ປະສິດທິພາບ ຈະຕ້ອງ ບໍ່ເປັນການທຳລາຍສິ່ງແວດລ້ອມ. 

ສິ່ງທີ່ພວກເຮົາບໍ່ໄດ້ຮັບຜິດຊອບ

ໃນປັດຈຸບັນນີ້ ອົງການນ້ຳປະປາ ບໍ່ໄດ້ຮັບຜິດຊອບ ວຽກງານສະໜອງນ້ຳໃຫ້ແກ່ຊົນນະບົດ ເພາະວ່າ ກິດຈະກຳນີ້ແມ່ນຢູ່ພາຍໃຕ້ຄວາມຮັບຜິດຊອບ ຂອງ ສູນອະນາໄມສິ່ງແວດລ້ອມ ແລະ ຈັດຫາ ນ້ຳສະອາດ ຊຶ່ງມີທີ່ຕັ້ງຂື້ນກັບ ກະຊວງ ສາທາລະນະສຸກ. ອົງການນ້ຳປະປາ ບໍ່ໄດ້ຮັບຜິດຊອບວຽກງານ             ຄຸ້ມຄອງທຸລະກິດນ້ຳປະປາ ແຕ່ລະວັນ ເພາະມັນແມ່ນ ຄວາມຮັບຜິດຊອບ ຂອງ ຜູ້ດຳເນີນທຸລະກິດ ນ້ຳປະປາ ຊຶ່ງຢູ່ພາຍໃຕ້ ການຊີ້ນຳໂດຍກົງ ຂອງ ອຳນາດການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ. ເຖິງຢ່າງໃດກໍ່ດີ, ອົງການນ້ຳປະປາ ຈະຕິດຕາມກວດກາເບິ່ງ ການເຄື່ອນໄຫວ ຂອງ ບັນດາ ຜູ້ດຳເນີນທຸລະກິດນ້ຳປະປາ ເພື່ອຮັບປະກັນ ໃຫ້ເຂົາເຈົ້າ ຍິນຍອມຕາມ ຂໍ້ກຳນົດ, ກົດລະບຽບ ແລະ ລະບຽບການ ຂອງ ລັດ ແລະ ເພື່ອ ຊຸກຍູ້ສົ່ງເສີມ ໃຫ້ການເຄື່ອນໄຫວ ຂອງ ເຂົາເຈົ້າ ມີປະສິດທິພາບ. ອົງການນ້ຳປະປາ ຈະບໍ່ຮັບຜິດຊອບ ວຽກງານປົກປັກຮັກສາສິ່ງແວດລ້ອມ ເພາະວ່າ ມັນແມ່ນ ຄວາມຮັບຜິດຊອບໂດຍກົງ ຂອງ ອົງການ ວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແລະ ຂອງ ຫຼາຍກົມກອງ ພາຍໃນກະຊວງ ກະສິກຳ ແລະ ປ່າໄມ້. ເຖິງຢ່າງໃດກໍ່ດີ, ອົງການນ້ຳປະປາ ມີພັນທະ ໃນການຮັບຮູ້ ຜົນກະທົບຕໍ່ສິ່ງແວດລ້ອມ ຈາກ ການເຄື່ອນໄຫວ ຂອງ ຕົນ ແລະ ຂອງ ຜູ້ບໍລິການນ້ຳປະປາ.

ການສະໜັບສະໜູນ

ເຖິງແມ່ນວ່າແນວຄວາມຄິດກ່ຽວກັບ ການດັດສົມບໍລິສັດ ໄດ້ຖືກນຳໃຊ້ ຢູ່ແຫ່ງ ອື່ນມາແລ້ວ ໃນໂລກ ກໍ່ຕາມ,  ບັນຫານີ້ ກໍ່ຍັງແມ່ນອັນໃໝ່ ໃນ ສປປລາວ. ກ່ຽວກັບ ບັນຫານີ້ ພວກເຮົາ ໄດ້ຮັບ ການສະໜັບ ສະໜູນ ຢ່າງຫຼວງຫຼາຍ ຈາກ ອົງການ ພັດທະນາສາກົນ ຕ່າງ ໆ ທີ່ໄດ້ໃຫ້ ການ ຊ່ວຍເຫຼືອ ສ້າງລະບຽບການທີ່ແທດເໝາະ ກັບ ຂະແໜງນ້ຳປະປາ ຂອງ ປະເທດເຮົາ. ອັນນີ້ ແມ່ນລວມທັງ ໂຄງການຊ່ວຍເຫຼືອ ໄລຍະຍາວ ຂອງ ອົງການນໍຣາດ ແລະ ການຊ່ວຍເຫຼືອບາງຄັ້ງຄາວ ຂອງ ໂຄງການ ນ້ຳ ແລະ ອະນາໄມ ຂອງ ທະນາຄານໂລກ. ອົງການ ອື່ນ ໆ ເຊັ່ນ ທະນາຄານ ພັດທະນາອາຊີ ແລະ ອົງການໄຈກາ, ແລະ ອົງການທີ່ປຶກສາທາງດ້ານໂຄງລ່າງຮ່ວມລັດ ເອກະຊົນ ກໍ່ໄດ້ຮັບຮູ້ ຄວາມພະຍາຍາມ ຂອງ ພວກເຮົາ ໃນຂົງເຂດນີ້ ເຊັ່ນດຽວກັນ ແລະ ໄດ້ໃຫ້ ການສະໜັບ ສະໜູນ ແກ່ ພວກເຮົາ ຢ່າງເຕັມທີ່.

ທ້າຍສຸດ, ມັນແມ່ນ ການສະໜັບ ສະໜູນ ຈາກ ລູກຄ້າ ຊຶ່ງ ມີຄວາມສຳຄັນ ຫຼາຍທີ່ສຸດ ຕໍ່ ວຽກງານຂອງພວກເຮົາ ເພື່ອ ໃຫ້ປະສົບຜົນສຳເລັດ.

 
 
 
 
 
ອອກແບບ ແລະ ສ້າງໂດຍ